ຣັດເຊຍ ຂະຫຍາຍເວລາລົດໄຟຟ້າແລ່ນເທິງທາງຫຼວງໂດຍບໍ່ເສຍຄ່າໃຊ້ຈ່າຍ
ສຳນັກຂ່າວສານຊິນຮວາຂອງ ສປ ຈີນ ລາຍງານເມື່ອບໍ່ດົນຜ່ານມາ ສຳນັກປະຊາສຳພັນຂອງລັດຖະບານ ຣັດເຊຍ ລະບຸວ່າ:
ຍານພາຫະນະໄຟຟ້າ ສາມາດແລ່ນເທິງຖະໜົນຫຼວງ ສ່ວນທີ່ເກັບຄ່າຜ່ານທາງຂອງລັດຖະບານກາງ ໂດຍບໍ່ເສຍຄ່າໃຊ້ຈ່າຍ ຕໍ່
ໄປໃນປີ 2024.
ພາຍຫຼັງ ທ່ານ ອັນເດຣຍ ເບໂລອູຊໍຟ ຮອງນາ ຍົກລັດຖະມົນຕີ ຣັດເຊຍ ເຊິ່ງກຳກັບດູແລໂຄງການລົດໄຟຟ້າ ແລະ ໄຮໂດຣ
ເຈນ ຂອງລັດຖະບານກາງເປີດເຜີຍສິດທິພິເສດສຳລັບຍານພາຫະນະໄຟຟ້າກັບມາມີຜົນ ຕັ້ງແຕ່ວັນທີ 19 ມັງກອນ 2024 ນີ້ເປັນ
ຕົ້ນໄປ. ກ່ອນໜ້ານີ້, ຣັດເຊຍ ເລີ່ມຕົ້ນໂຄງການຍານພາຫະນະໄຟຟ້າແລ່ນລົດເທີງທາງຫຼວງສ່ວນທີ່ເກັບຄ່າຜ່ານທາງແມ່ນບໍ່ເສຍ
ຄ່າໃຊ້ຈ່າຍ (ໄລຍະທົດລອງ) ລະຫວ່າງວັນທີ 1 ມີນາ ຫາ 31 ທັນ ວາ 2023, ໂດຍໂຄງການນີ້ແນໃສ່ດຶງດູດຊາວ ຣັດເຊຍ ໃຫ້ຫັນ
ມາໃຊ້ຍານພາຫະນະໄຟຟ້າຫຼາຍຂຶ້ນ.
ໂດຍມີຜູ້ຂັບຂີ່ໄດ້ໃຊ້ສິດທິພິເສດນີ້ ໃນໄລຍະເວລາເບື້ອງຕົ້ນປະມານ 5.000 ຄົນ ເຊິ່ງອໍໂຕຣແຕດ (Autostat) ເປັນບໍລິສັດ
ວິເຄາະຂອງ ຣັດເຊຍ ລະບຸວ່າ: ຍອດຈຳໜ່າຍຍານພາຫະນະໄຟຟ້າໃໝ່ຂອງ ຣັດເຊຍ ໃນປີ 2023 ສູງກວ່າ 14.000 ຄັນ, ເພີ່ມ
ຂຶ້ນ 4,7 ເທົ່າຈາກປີ 2022.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 30/01/2024